Перейти к содержимому

ຟ້ອນ ໝາກເບັງແຫ່ງສັດທາ / ແສງຈຳປາ/ສະຫງວນລິຂະສິດ.

Saengchampa Lao Dance

0:00 / 0:00

ຟ້ອນ ໝາກເບັງແຫ່ງສັດທາ / ແສງຈຳປາ/ສະຫງວນລິຂະສິດ.

93 853 просмотра · 5 лет назад
Saengchampa Lao Dance
17,3 тыс. подписчиков
93 853 просмотра · 5 лет назад
ຟ້ອນ ໝາກເບັງແຫ່ງສັດທາ ລາງວັນຊະນະເລີດອັນດັບ 1 ການແຂ່ງຂັນສິລະປະ ທົ່ວນະຄອນຫລວງ. ໂຮງຮຽນຮຸງເຮືອງ ເມືອງສີໂຄດຕະບອງ 👉ເນື້ອໃນ: ຄົນລາວມີວິຖີຊີວິດທີ່ຜູກພັນກັບພະສາສະໜາ, ຄວາມເຊື່ອ ແລະ ພິທີກຳໃນທ້ອງຖິ່ນມາແຕ່ດົນນານ ຈຶ່ງມີການປະດິດເຄື່ອງສະກາລະບູຊາທີ່ເຮັດດ້ວຍໃບຕອງ ປະດັບດ້ວຍດອກໄມ້ ຈົນເປັນເອກະລັກຄູ່ບ້ານເມືອງ ເຊິ່ງເອີ້ນວ່າ "ໝາກເບັງ" ທີ່ເປັນສິ່ງສະທ້ອນໃຫ້ເຫັນເຖິງພູມເປັນຍາທ້ອງຖິ່ນອັນປານີດ ຄຽງຄູ່ກັບຊາວລາວແຕ່ອາດີດ ຈົນເຖິງປັດຈຸບັນ, ເຊິ່ງເປັນເຄື່ອງແທນຄວາມສັດທາ ອັນສູງສຸດຕໍ່ສິ່ງທີ່ເຄົາລົບ ແລະ ນັບຖື. 👉ການແຕ່ງກາຍ: ແມ່ນແຕ່ງກາຍຕາມພິມນິຍົມຂອງແມ່ຍິງລາວໃນສະໄໝກ່ອນ ປີ 1920-1923 ຕາມຮູບພາບທີ່ບັນທຶກໂດຍຊ່າງພາບຊາວຝຣັ່ງເສດ. 👉ເນື້ອຮ້ອງ ແລະ ດົນຕີຣ: ປະດິດຂຶ້ນໃໝ່ທັງໝົດ ໂດຍການນຳເອົາທຳນອງລຳທີ່ເປັນເອກະລັກທັງພາກເໜືອ, ກາງ ແລະ ໃຕ້ມາປະສານເຂົ້າກັນ. 👉ຍ້ອນເຫັນໄດ້ເຖິງຄວາມສຳຄັນໃນທຸກໆດ້ານ ທີ່ເປັນວັດທະນະທຳອັນດີງາມຂອງຊາດ ເປັນມໍລະດົກຕົກທອດທີ່ສືບຕໍ່ກັນມາ ຈຶ່ງເກີດແຮງບັນດານໃຈໃນການສຶກສາລາຍລະອຽດ ແລະ ຂໍ້ມູນ ເພື່ອປະດິດບົດຟ້ອນດັ່ງກ່າວຂຶ້ນ. 🔻ປະດິດບົດຟ້ອນ, ແຕ່ງເນື້ອຮ້ອງ: 1. ທ່ານ ອາຈານ ສົມສະນຸກ ເພຍສະຂາ 🔻ຂັບຮ້ອງໂດຍ: 1. ທ່ານ ອາຈານ ລົດຈະນາ ອານຸລັກ 2. ທ່ານ ອາຈານ ໂອເລ້ ສູນດາລາ 3. ທ່ານ ອາຈານ ເມລິສາ ລຸນລາວົງ 🔻 ຄະນະທີ່ປຶກສາດ້ານທ່າຟ້ອນ, ດົນຕີຣ ແລະ ຮູບແບບການສະແດງ: 1. ທ່ານ ອາຈານ ຈັນມະລີ ໄຊຍະນາ 2. ท่าน อาจารย์ สาดสะวัด สิงพูเขา (ปะเทดไทย) ❌ສະຫງວນລິຂະສິດ❌ #ແສງຈຳປາ #Saengchampa #ໂຮງຮຽນຮຸ່ງເຮືອງ