ພະວິນຍານບໍລິສຸດທີ່ຜູ້ທີ່ເຊື່ອຈະໄດ້ຮັບ | ຄິດສະຕະຈັກຂອງພະເຈົ້າ
World Mission Society Church of God / Global
0:00 / 0:00
ພະວິນຍານບໍລິສຸດທີ່ຜູ້ທີ່ເຊື່ອຈະໄດ້ຮັບ | ຄິດສະຕະຈັກຂອງພະເຈົ້າ
845 просмотров · 3 дня назад
World Mission Society Church of God / Global
146 тыс. подписчиков
845 просмотров · 3 дня назад
ໃນສະໄໝນີ້, ພະວິນຍານ ແລະ ເຈົ້າສາວຊົງປະທານນໍ້າແຫ່ງຊີວິດ ເຊິ່ງພະເຢຊູ ໄດ້ຊົງປະທານໃຫ້ໃນເທດສະການປຸກຕູບຢູ່
ເນື່ອງຈາກພະເຈົ້າຊົງກ່າວວ່າ ຜູ້ທີ່ເຊື່ອໃນພະອົງຈະໄດ້ຮັບພະວິນຍານບໍລິສຸດ, ຜູ້ທີ່ປາຖະໜາທີ່ຈະໄດ້ຮັບນັ້ນຕ້ອງເຊື່ອ ແລະ ປະຕິບັດຕາມຄໍາສັ່ງສອນຂອງພະເຈົ້າ ພະເຢໂຮວາ ໃນສະໄໝພະບິດາ, ພະເຢຊູຄິດ ໃນສະໄໝພະບຸດ, ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ຜູ້ຊົງສະເດັດມາໃນຖານະພະວິນຍານ ແລະ ເຈົ້າສາວ ໃນສະໄໝພະວິນຍານບໍລິສຸດ.
ໃນທຸກຍຸກທຸກສະໄໝ, ຜູ້ທີ່ເຊື່ອຟັງພະຄໍາຂອງພະເຈົ້າ ແມ່ນຜູ້ທີ່ມີຄວາມເຊື່ອ
ຜູ້ທີ່ປະຕິບັດຕາມພະຄໍາຂອງພະເຈົ້າດ້ວຍການເຊື່ອຟັງ ແມ່ນຜູ້ທີ່ເຊື່ອໃນພະເຈົ້າຢ່າງແທ້ຈິງ. ເຊັ່ນດຽວກັບ ໂນອາ, ອັບລາຮາມ, ໂມເຊ, ໂຢຊວຍ ແລະ ກາເຫຼັບທີ່ໄດ້ຮັບພະພອນຍ້ອນການເຊື່ອຟັງພະຄໍາຂອງພະເຈົ້າ, ດຽວນີ້ ຜູ້ທີ່ມີຄວາມເຊື່ອທີ່ປະຕິບັດຕາມມື້ພະ ແລະ ເທດສະການປັດສະຄາ ເຊິ່ງເປັນພະຄໍາຂອງພະເຈົ້າ ກໍຈະໄດ້ຮັບພະພອນເຊັ່ນກັນ.
“ຜູ້ທີ່ມາຈາກພະເຈົ້າຍ່ອມຟັງຖ້ອຍຄໍາຂອງພະເຈົ້າ. ແຕ່ທ່ານທັງຫຼາຍບໍ່ໄດ້ມາຈາກພະເຈົ້າ ດັ່ງນັ້ນແຫຼະພວກທ່ານຈຶ່ງບໍ່ຟັງ”.
ໂຢຮັນ 8:47
ຖ້າພວກເຈົ້າເຊື່ອຟັງພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງພວກເຈົ້າ ແລະ ເຮັດຕາມພະຄໍາສັ່ງທຸກຂໍ້; ແລ້ວພະອົງກໍຈະຮັບພວກເຈົ້າເປັນປະຊາຊົນຂອງພະອົງ ຕາມທີ່ພະອົງໄດ້ສັນຍາໄວ້ນັ້ນ.
ແລ້ວທຸກຊົນຊາດໃນໂລກກໍຈະເຫັນວ່າ ພະຜູ້ເປັນເຈົ້າໄດ້ເລືອກເອົາພວກເຈົ້າໃຫ້ເປັນປະຊາຊົນຂອງພະອົງ ແລະພວກເຂົາຈະຢ້ານກົວພວກເຈົ້າ.
ພະບັນຍັດສອງ 28:9-10
[ ຂໍ້ມູນນີ້ມາຈາກຄິດສະຕະຈັກຂອງພະເຈົ້າ ສະຫງວນລິຂະສິດ ຫ້າມກ໋ອບປີ ແລະ ແຈກຢາຍເອກະສານລ້າໆ. ]
〖World Mission Society Church of God〗 https://watv.org
〖WATV Media Cast〗 https://watvmedia.org/lo
〖ພາສາລາວ〗 https://laoswmscog.org/