Перейти к содержимому

ຕອນທີ 2 : ບົດສຳພາດພິເສດກັບສິດຍາພິບານຄຣິສຊາວເວເນຊູເອລາ ຄາລອສ ກິລ

ຍຸກໃໝ່

0:00 / 0:00

ຕອນທີ 2 : ບົດສຳພາດພິເສດກັບສິດຍາພິບານຄຣິສຊາວເວເນຊູເອລາ ຄາລອສ ກິລ

48 просмотров · 3 дня назад
ຍຸກໃໝ່
55 подписчиков
48 просмотров · 3 дня назад
ຫ້ອງສົນທະນາຂ່າວປະເສີດແຫ່ງລາຊະອານາຈັກ, ຕອນທີ 2 : ບົດສຳພາດພິເສດກັບສິດຍາພິບານຄຣິສຊາວເວເນຊູເອລາ ຄາລອສ ກິລ ຄາລອສ ກິລ ເປັນສິດຍາພິບານທີ່ຮັບໃຊ້ພຣະຜູ້ເປັນເຈົ້າໃນຄຣິສຕະຈັກຫຼາຍກວ່າຊາວປີ, ອະພິບານກຸ່ມຜູ້ເຊື່ອເກືອບໜຶ່ງຮ້ອຍຄົນ. ປະມານປີ 2017 ລາວສັງເກດເຫັນວ່າຄຣິສຕະຈັກນັບມື້ນັບເສື່ອມໂຊມຫຼາຍຂຶ້ນ. ຜູ້ເຊື່ອນອນຫຼັບໃນລະຫວ່າງການເຕົ້າໂຮມ, ຄວາມເຊື່ອຂອງພວກເຂົາຫຼຸດໜ້ອຍລົງ ແລະ ການເຕົ້າໂຮມກໍກາຍເປັນພຽງພິທີການ. ລາວພົບວ່າຕົນເອງບໍ່ມີຫຍັງຈະເທດສະໜາອີກ. ເພື່ອພະຍາຍາມປ່ຽນແປງສິ່ງຕ່າງໆ ລາວຈຶ່ງນຳພາຜູ້ເຊື່ອທ່ອງຈຳຂໍ້ພຣະຄຳພີ, ຖືສິນອົດອາຫານ ແລະ ອະທິຖານ ແລະ ເຝົ້າລະວັງຫຼາຍມື້ຕິດຕໍ່ກັນ. ຢ່າງໃດກໍຕາມ, ຄວາມພະຍາຍາມເຫຼົ່ານີ້ພັດບໍ່ໄດ້ຜົນ ເຊິ່ງເຮັດໃຫ້ລາວຍິ່ງສັບສົນ ແລະ ກັງວົນໃຈຫຼາຍຂຶ້ນ. ເມື່ອຜະເຊີນກັບຄວາມເສື່ອມໂຊມຂອງຄຣິສຕະຈັກ, ລາວໄດ້ອະທິຖານ ແລະ ຊອກຫາຄຳຕອບຢູ່ສະເໝີ. ລາວກໍໄດ້ເບິ່ງຮູບເງົາເລື່ອງໜຶ່ງໂດຍບັງເອີນ ແລະ ຊີວິດຂອງລາວກໍປ່ຽນໄປ... 02:13 ເສັ້ນທາງແຫ່ງຄວາມເຊື່ອ ແລະ ປະສົບການໃນຖານະສິດຍາພິບານ 04:22 ຄວາມເສື່ອມໂຊມຂອງຄຣິສຕະຈັກ ແລະ ຄວາມພະຍາຍາມໃນການຟື້ນຟູ 07:53 ສາເຫດທີ່ຄຣິສຕະຈັກເສື່ອມໂຊມ ແລະ ຈຸດປ່ຽນໃນຊີວິດ 33:24 ການເລືອກລະຫວ່າງສະຖານະ ແລະ ຄວາມຮັບຜິດຊອບ 46:28 ການປ່ຽນແປງ ແລະ ສິ່ງທີ່ໄດ້ຮັບໃນຊີວິດທາງຝ່າຍວິນຍານ 01:04:38 ການສັງເກດ ແລະ ຄວາມເຂົ້າໃຈຈາກການເທດສອນຂ່າວປະເສີດ