Перейти к содержимому

ເພງຂອງເຮົາ | natbeestory

Tanu Vannasin

0:00 / 0:00

ເພງຂອງເຮົາ | natbeestory

544 505 просмотров · 5 л. назад
Tanu Vannasin
76 тыс. подписчиков
544 505 просмотров · 5 л. назад
ເພງນີ້ເປັນເພງພິເສດ ທີ່ເນື້ອຫາ ແລະ ຄວາມໝາຍຂອງເພງແມ່ນຂຽນຈາກເລື່ອງລາວຄວາມຮັກຂອງທັງສອງທີ່ເລີ່ມຕົ້ນຄວາມສຳພັນຈາກຄຳວ່າໝູ່ ຈົນຄວາມຮັກກໍ່ໂຕຂຶ້ນໃນໄລຍະເວລາ20ກ່ວາປີ ແລະ ທັງສອງກໍເດີນທາງມາຮອດມື້ນີ້, ທຸກຄໍາໃນເພງຄືສິ່ງທີ່ເຈົ້າສາວຢາກບອກກັບເຈົ້າບ່າວເປັນຂໍ້ຄວາມຜ່ານບົດເພງນີ້ ແລະ ເພື່ອໃຫ້ເພງມັນມີຄວາມໝາຍຫຼາຍຂຶ້ນເຮົາໄດ້ຂໍໃຫ້ເຈົ້າສາວມາຮ່ວມຮ້ອງເພງນີ້ນໍາ....ແລ້ວມັນກໍອອກມາເປັນເພງນີ້ “ເພງຂອງເຮົາ | natbeestory” ຂ້ອຍເຄີຍຄິດ ແລະ ຕັ້ງຄຳຖາມໃນໃຈ ກັບຄວາມຮັກທີ່ເຈົ້າໃຫ້ ຂ້ອຍໂຊກດີພຽງໃດທີ່ໄດ້ຮັບ ແລະຈາກນີ້ ທຸກໆຄຳຖາມໃນໃຈ ເຈົ້າບໍ່ຈຳເປັນອະທິບາຍມັນບົ່ງບອກໃນໃຈຂ້ອຍຊັດເຈນ ເຈົ້າເປັນດັ່ງແສງໄຟໃນຈິດໃຈ ເມື່ອມີເຈົ້ານັ້ນຂ້າງກາຍ ຂ້ອຍນັ້ນກໍໝັ້ນໃຈ ໃນທຸກແຫ່ງຫົນທາງໃຫ້ຄວາມຮັກນໍາທາງໄປ ຈັບມືຂ້ອຍໄວ້ທີ່ຮັກ ເມື່ອມີເຈົ້າແລ້ວທຸກຢ່າງມັນສວຍງາມ ເຈົ້າຄືຄວາມໝາຍຂອງທຸກຢ່າງ ນີ້ຄືຄວາມຈິງ ບໍ່ແມ່ນຝັນ ສິ່ງດຽວທີ່ຮູ້ໃນຕອນນີ້ ຄືຂ້ອຍຍິນດີທີໄດ້ພົບເຈົ້າ ແລະ ຂ້ອຍນັ້ນດີໃຈ ຊີວິດກໍມີຄວາມໝາຍ....( ໃຫ້ຮັກປະຄອງເຮົາໄວ້ ) ທຸກຄຳທີ່ເຄີຍບອກທຸກຂໍ້ຄວາມແທນບໍ່ເຄີຍຈະລົບເລືອນ ສຽງຄຳສັນຍາຍັງຄົງຍໍ້າເຕືອນ ຈັບມືຂ້ອຍໄວ້ທີ່ຮັກ ເມື່ອມີເຈົ້າແລ້ວທຸກຢ່າງມັນສວຍງາມ ເຈົ້າຄືຄວາມໝາຍຂອງທຸກຢ່າງ ນີ້ຄືຄວາມຈິງ ບໍ່ແມ່ນຝັນ ສຸກທຸກຜ່ານພົ້ນຈົນວັນນີ້ ເພາະທຸກນາທີຂ້ອຍນັ້ນມີເຈົ້າ ຂໍໃຫ້ຈົ່ງໝັ້ນໃຈ ວ່າຈາກນີ້ ແລະ ຕະຫຼອດໄປ ຈະຈັບມືຂອງເຈົ້າໄວ້...ດ້ວຍຄວາມຮັກ Written and Composed by: Vannasin THIPAPHAY Produced by : Sam Intharaphithak & Vannasin THIPAPHAY Engineered, mixed and Mastered by : Sam Intharaphithak Vocals : Nat Vongsouly & Vannasin THIPAPHAY Drums, Bass & Keys : Sam Intharaphithak Guitars : Vannasin THIPAPHAY Cellos : Patty Kavikhum Violins : Kuiling Manolack