ອວຍພອນຄູ 7 ຕຸລາ
แก้เมื่อย Studio
0:00 / 0:00
ອວຍພອນຄູ 7 ຕຸລາ
160 просмотров · 2 дн. назад
แก้เมื่อย Studio
7 подписчиков
160 просмотров · 2 дн. назад
ບົດກອນ "ຫວນຄືນບຸນຄຸນ ແລະ ອວຍພອນຄູ 7 ຕຸລາ 2026 ຄົບຮອບ 32 ປີ" ແຕ່ງໂດຍ: ແກ້ເມື່ອຍ Studio
ຍົກມືຂຶ້ນ ວັນທາ ກົ້ມກາບໄຫວ້ (01)
ນ້ອມດວງໃຈ ບູຊາ ຄູຜູ້ສອນ
ຄຸນເລີດລ້ຳ ຄ້ຳຟ້າ ທົ່ວດິນດອນ
ຂໍກ່າວກອນ ສະດຸດີ ທີ່ບູຊາ.
ຫວນຄືນຫຼັງ ຄັ້ງເກົ່າ ເລົ່າອະດີດ (02)
ຜູ້ເລີ່ມຂີດ ເສັ້ນທາງ ສ້າງສຶກສາ
ນາຍຄູຄຳ ຜູ້ນຳ ພັດທະນາ
ປຸກຈິດໃຈ ປວງປະຊາ ແຂງກ້າໄກ.
ຍຸກຕໍ່ສູ້ ກູ້ຊາດ ຟາດຟັນສັດຕູ (03)
ທ່ານນາຍຄູ ຢືນຢັນ ບໍ່ຫວັ່ນໄຫວ
ສອນໜັງສື ຄຽງຄູ່ ກູ້ຊາດໄວ້
ສຸມດວງໃຈ ເພື່ອແຜ່ນດິນ ຖິ່ນເມືອງລາວ.
ວັນທີເຈັດ ຕຸລາ ວຽນມາຕ້ອງ (04)
ສຽງກຶກກ້ອງ ສະໜັ່ນ ວັນຄູລາວ
ຈາລຶກໄວ້ ໃນປະຫວັດສາດ ອັນຍືນຍາວ
ດັ່ງແສງດາວ ສ່ອງແຈ້ງ ທຸກແຫ່ງຫົນ.
ຈາກວັນນັ້ນ ສືບທອດ ມາຮອດນີ້ (05)
ສາມສິບສອງ ປີຜ່ານ ອັນມາກລົ້ນ
ການສຶກສາ ພັດທະນາ ພາປວງຊົນ
ຫຼຸດຜ່ານພົ້ນ ຄວາມມືດມົນ ໃຫ້ສົດໃສ.
ເປັນແມ່ພິມ ຂອງຊາດ ສະອາດລ້ຳ (06)
ຄອຍຊີ້ນຳ ຊ່ວຍຍູ້ ຢູ່ໃກ້ໄກ
ສິດທຸກຄົນ ມີຄວາມຮູ້ ກ້າວຕໍ່ໄປ
ກາຍເປັນຄົນ ຍຸກໃໝ່ ໃຫ້ບ້ານເມືອງ.
ສາມສິບສອງ ປີເຕັມ ທີ່ເຂັ້ມແຂງ (07)
ຄູທຸ້ມແຮງ ສ້າງສາ ພາຮຸ່ງເຮືອງ
ບໍ່ເຄີຍຈົ່ມ ເມື່ອຍລ້າ ວ່າຂຸ່ນເຄືອງ
ທົ່ວທຸກເມືອງ ມີແສງທຽນ ວຽນສ່ອງທາງ.
ຈາກເຂດແຄວ້ນ ແດນໄກ ດົງປ່າໄມ້ (08)
ຄູຍ່າງໄປ ສັ່ງສອນ ບໍ່ເຄີຍຫ່າງ
ບຸກບືນສູ້ ຍາກລຳບາກ ທຸກຫົນທາງ
ບໍ່ປ່ອຍວາງ ສ້າງຄົນ ໃຫ້ສົມບູນ.
ຍຸກສະໄໝ ປ່ຽນຜັນ ຫັນປ່ຽນໜ້າ (09)
ວິວັດທະນາ ກ້າວໄກ ບໍ່ສິ້ນສູນ
ເຕັກໂນໂລຊີ ອັນໃໝ່ ໄດ້ເກື້ອກູນ
ຄູເພີ່ມພູນ ຄວາມຮູ້ ໃຫ້ທັນການ.
ຄູຍຸກໃໝ່ ໃສ່ໃຈ ໃນລະບົບ (10)
ຄົ້ນຄວ້າຄົບ ສຶກສາຮຽນ ຂຽນສື່ສານ
ຄອມພິວເຕີ ໂລກກວ້າງ ຊ່ວຍເຮັດງານ
ວິຊາການ ສິດສອນ ທ້ອນປັນຍາ.
ທັງວິທະ ຍາສາດ ປາດເປື່ອງແທ້ (11)
ຄູດູແລ ແນະນຳ ທຸກບັນຫາ
ທັງທິດສະດີ ປະຕິບັດ ຈັດຂຶ້ນມາ
ສ້າງນັກຄິດ ວິທະຍາ ພາຊາດຈະເລີນ.
ສອນໃຫ້ຄິດ ປະດິດສ້າງ ຢ່າງມີຫຼັກ (12)
ສອນໃຫ້ຮັກ ການທົດລອງ ບໍ່ຂວຍເຂີນ
ວິໄຈແທ້ ແກ້ໄຂ ຈຸດຂາດເຂີນ
ຕາມທາງເດີນ ທີ່ຜິດ ທິດບໍ່ດີ.
ບົດບາດຄູ ກວ້າງໄກ ໃນຍຸກນີ້ (13)
ສ້າງຄົນດີ ຄົນເກັ່ງ ເລັ່ງເປັ່ງສີ
ດິຈິຕອນ ອອນລາຍ ໃຊ້ສິ່ງດີ
ນຳສິ່ງມີ ປະໂຫຍດ ສູ່ສັງຄົມ.
ໃນຫົວໃຈ ຄຸນນະທຳ ຍັງຄົງໝັ້ນ (14)
ບໍ່ແປຜັນ ຕາມກະແສ ແພ້ຄຳຂົມ
ຄູຍັງສອນ ຈັນຍາ ພາຊື່ນຊົມ
ຮັກສາຮີດ ນິຍົມ ແຫ່ງຊາດເຮົາ.
ນ້ຳໃຈຄູ ກວ້າງໃຫຍ່ ດັ່ງສາຍນ້ຳ (15)
ຄອຍຫົດຄ້ຳ ສິດທຸກຄົນ ບໍ່ມົວເສົ້າ
ຈາກບໍ່ຮູ້ ສອນຈົນຮູ້ ບໍ່ຖືເບົາ
ສິດຄ່ອຍກ້າວ ເປັນຜູ້ໃຫຍ່ ໃນສັງຄົມ.
ເປັນໝໍຢາ ປິ່ນປົວ ຄວາມໂງ່ຈ້າ (16)
ເປັນດວງຕາ ສ່ອງແຈ້ງ ໃຫ້ຊື່ນຊົມ
ເປັນກຳລັງ ຝັງແໜ້ນ ແສນສຸກສົມ
ຄອຍລະວັງ ບໍ່ໃຫ້ຈົມ ຫຼົງເລີງໃຈ.
ບຸນຄຸນຄູ ມາກລົ້ນ ເກີນກ່າວອ້າງ (17)
ສຸດທີ່ກວ້າງ ໃຫຍ່ຍິ່ງ ກວ່າສິ່ງໃດ
ສູງກວ່າພູ ເລິກກວ່າ ທະເລໃສ
ຫາສິ່ງໃດ ປຽບທຽບ ປຽບບໍ່ປານ.
ຂໍຊົມເຊີຍ ວັນຄູ ແຫ່ງຊາດລາວເອີຍ (18)
ຢ່າໄດ້ເສີຍ ຮ່ວມສະຫຼອງ ທຸກສະຖານ
ສາມສິບສອງ ປີເຕັມ ໃຫ້ກັງວານ
ເປັນຜົນງານ ແຫ່ງຊາດ ທີ່ກ່າວຂານ.
ໂອກາດນີ້ ຂໍຍໍມື ຂຶ້ນວັນທາ (19)
ກົ້ມເກສາ ກາບໄຫວ້ ຄູທຸກທ່ານ
ຜູ້ສິດສອນ ດ້ວຍເມດຕາ ມາດົນນານ
ຂໍປະທານ ພອນໄຊກ້າ ແດ່ຄູທຸກທ່ານ.
ຂໍອັງເຊີນ ຄຸນພຣະສີ ລັດຕະນະໄຕ (20)
ທີ່ໜ່ຽວໃຈ ເລີດລ້ຳ ທຸກສະຖານ
ສິ່ງສັກສິດ ທົ່ວໂລກາ ອະພິບານ
ໃຫ້ບັນດານ ຂອງຄ່າລໍ້າ ແດ່ຄູທຸກປະການ.
ຂໍອໍານາດ ພຣະຄຸນສີ ລັດຕະນະໄຕ (21)
ດວງແກ້ວໃສ ປົກປ້ອງ ຄຸ້ມຄອງຜ່ານ
ໃຫ້ຄູພົບ ແຕ່ຄວາມສຸກ ທຸກຄືນວັນ
ສິ່ງອັບປະມຸງຄຸນ ໃຫ້ພົ້ນຜ່ານ ສິ້ນສູນຫາຍ.
ຂໍໃຫ້ມີ ສຸຂະພາບ ທີ່ແຂງແຮງ (22)
ພາລະແຂງ ສົດຊື່ນ ຊື່ນສົດໃສ
ໂລຄາໄພ ຢ່າໄດ້ມາ ພານພົບໃກ້
ຫ່າງໂລກໄພ ໄຂ້ເຈັບ ທຸກເຊົ້າແລງ.
ຂໍໃຫ້ສຸກ ສົມຫວັງ ທຸກສິ່ງສ້າງ (23)
ທຸກເສັ້ນທາງ ກ້າວໜ້າ ພາປ່ຽນແປງ
ມີອາຍຸ ໝັ້ນຍືນ ເປັ່ງສີແສງ
ມີກຳລັງ ເຫື່ອແຮງ ພາຊາດຮຸ່ງເຮືອງ.
ຂໍໃຫ້ມີ ກຽດຕິຍົດ ປະກົດແຈ້ງ (24)
ດັ່ງຊໍ່ແສງ ດວງຕາເວັນ ເດັ່ນທົ່ວເມືອງ
ຊື່ສຽງຄູ ດັງກ້ອງ ສະນັ່ນເນືອງ
ເປັນຫຼັກເມືອງ ຄ້ຳຈູນ ທຸກຮຸ່ນຄົນ.
ຂໍໃຫ້ມີ ຄວາມສຸກ ໃນຄອບຄົວ (25)
ຢ່າໝົ່ນມົວ ທຸກໂສກ ທຸກແຫ່ງຫົນ
ມີໂຊກລາບ ເງິນຄຳ ຫຼັ່ງໄຫຼລົ້ນ
ພົ້ນຄວາມຈົນ ມີສຸກ ທຸກເວລາ.
ຂໍໃຫ້ມີ ລູກສິດດີ ທີ່ໜ້າຮັກ (26)
ຮູ້ຈັກຫຼັກ ຮູ້ວິຊາ ຮູ້ສຶກສາ
ເຊື່ອຟັງຄໍາ ສັ່ງສອນ ຄູເມດຕາ
ນໍາປະເທດຊາດ ກ້າວໜ້າ ສູ່ສາກົນ.
ວຽກງານສອນ ໃຫ້ສຳເລັດ ດັ່ງໃຈໝາຍ (27)
ສິດທັງຫຼາຍ ເຊື່ອຟັງ ຮ່ວມສູ້ຊົນ
ສ້າງຊັບພະຍາກອນ ມະນຸດ ເປັນຕົວຕົນ
ໃຫ້ເປັນຄົນ ເຮືອງຮຸ່ງ ທົ່ວແຜ່ນດິນ.
ສາມສິບສອງປີ ຄົບຮອບ ທີ່ຍິ່ງໃຫຍ່ (28)
ຄູລາວເຮົາ ກ້າວໄກ ບໍ່ສຸດສິ້ນ
ຈະຈາລຶກ ບຸນຄຸນຄູ ໄວ້ທຸກຖິ່ນ
ດັ່ງຊັບສິນ ເລີດຄ່າ ແຫ່ງຊາດລາວ.
ຂໍອວຍພອນ ໄຊເລີດ ປະເສີດລ້ຳ (29)
ບຸນຄຸນຄ້ຳ ນຳພາ ສະຫງ່າຂາວ
ວັນທີເຈັດ ຕຸລາ ວຽນກັບຕ່າວ
ຂໍຄູລາວ ທຸກທົ່ວໜ້າ ຈົ່ງຈະເລີນ.
ຂໍຈົບກອນ ອວຍພອນ ໄວ້ເທົ່ານີ້ (30)
ຂໍຄວາມດີ ຈົ່ງສະຖິດ ຢ່າຫ່າງໄກ
ຂໍຄູລາວ ຈົ່ງກ້າວໜ້າ ພັດທະນາໄປ
ໂຊກ-ລາບ-ໄຊ ຈົ່ງເກີດແດ່ ຄູທຸກທ່ານເດີ.