ທ່ານເຊື່ອຫຼືບໍ່ວ່າ ເຮົາມີລິດອໍານາດເຮັດສິ່ງນີ້ໄດ້? | ຄິດສະຕະຈັກຂອງພະເຈົ້າ
World Mission Society Church of God / Global
0:00 / 0:00
ທ່ານເຊື່ອຫຼືບໍ່ວ່າ ເຮົາມີລິດອໍານາດເຮັດສິ່ງນີ້ໄດ້? | ຄິດສະຕະຈັກຂອງພະເຈົ້າ
776 просмотров · 1 г. назад
World Mission Society Church of God / Global
146 тыс. подписчиков
776 просмотров · 1 г. назад
[ວຽກງານແຫ່ງຂ່າວປະເສີດສາມາດສໍາເລັດໄດ້ ເມື່ອພວກເຮົາມຸ່ງໄປຂ້າງໜ້າດ້ວຍຄວາມເຊື່ອ
ໃນຄວາມສາມາດຂອງພະເຈົ້າ ຜູ້ຊົງລິດອໍານາດຍິ່ງໃຫຍ່]
ທຸກໆສິ່ງຢູ່ໃນໂລກນີ້ຖືກອອກແບບ ແລະ ນໍາພາໂດຍພະເຈົ້າ ຕາມພະປະສົງຂອງພະອົງ.
ເມື່ອສອງພັນປີກ່ອນ, ພະເຢຊູໄດ້ຊົງຖາມວ່າ “ທ່ານເຊື່ອຫຼືບໍ່ວ່າ ເຮົາມີລິດອໍານາດເຮັດສິ່ງນີ້ໄດ້?”
ແລະ ຫຼັງຈາກທີ່ໄດ້ເຫັນຄວາມເຊື່ອຂອງຊາຍຕາບອດສອງຄົນແລ້ວ, ພະອົງໄດ້ເຮັດໃຫ້ຕາທີ່ບອດຂອງພວກເຂົາເຫັນຮຸ່ງ.
ໃນທຸກວຽກງານແຫ່ງຂ່າວປະເສີດ ມີສິ່ງທີ່ສໍາຄັນທີ່ສຸດແມ່ນຄວາມເຊື່ອໃນພະເຈົ້າ.
[ຄິດສະຕະຈັກຂອງພະເຈົ້າ ສໍາເລັດການປະກາດຂ່າວປະເສີດທົ່ວໂລກ ໂດຍຜ່ານພະວິນຍານບໍລິສຸດ ຝົນປາຍລະດູ ໃນເທດສະການປຸກຕູບຢູ່]
ໃນມື້ນີ້, ທັງທົ່ວໂລກໄດ້ນະມັດສະການ ແລະ ສັນລະເສີນແກ່ ພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ເພາະວ່າ ພະເຈົ້າໄດ້ຊົງສໍາເລັດທຸກສິ່ງຕາມທີ່ມີກ່າວໄວ້ວ່າ “ຂ່າວປະເສີດຈະຖືກປະກາດໄປທົ່ວໂລກ” ແລະ ບັນດາຜູ້ເຊື່ອຖືທີ່ໄດ້ຮັບພະວິນຍານບໍລິສຸດ ໃນເທດສະການປຸກຕູບຢູ່ນັ້ນ ໄດ້ເຊື່ອ ແລະ ປະຕິບັດຕາມພະຄໍາເຫຼົ່ານັ້ນ.
[ມັດທາຍ 9:27-30]
ພໍພະເຢຊູໄດ້ຈາກບ່ອນນີ້ ແລະ ຜ່ານໄປ ກໍມີຊາຍຕາບອດສອງຄົນຕາມພະອົງມາ. ເຂົາຮ້ອງຂຶ້ນວ່າ “ເຊື້ອວົງດາວິດເອີຍ ໂຜດເມດຕາພວກຜູ້ຂ້າແດ່ທ້ອນ!”... ພະອົງຖາມເຂົາວ່າ
“ໝູ່ເຈົ້າເຊື່ອວ່າ ເຮົາປິ່ນປົວໝູ່ເຈົ້າໃຫ້ຫາຍດີໄດ້ບໍ?” (“ທ່ານເຊື່ອຫຼືບໍ່ວ່າ ເຮົາມີລິດອໍານາດເຮັດສິ່ງນີ້ໄດ້?”, THSV11) “ເຊື່ອ ທ່ານເອີຍ!” ເຂົາຕອບ. ແລ້ວພະເຢຊູກໍບາຍຕາເຂົາ ແລະ ກ່າວວ່າ “ຈັ່ງຊັ້ນ ໃຫ້ເປັນໄປຕາມຄວາມເຊື່ອຂອງໝູ່ເຈົ້າເຖີດ!” ແລະ ສາຍຕາຂອງເຂົາກໍກັບເຫັນຮຸ່ງ...
[ ຂໍ້ມູນນີ້ມາຈາກຄິດສະຕະຈັກຂອງພະເຈົ້າ ສະຫງວນລິຂະສິດ ຫ້າມກ໋ອບປີ ແລະ ແຈກຢາຍເອກະສານລ້າໆ. ]
〖World Mission Society Church of God〗 https://watv.org
〖WATV Media Cast〗 https://watvmedia.org/lo
〖ພາສາລາວ〗 https://laoswmscog.org/