ເພງ “ຮັກສາວວຽງຈັນ” - Instrumental
Phong DAVONG
0:00 / 0:00
ເພງ “ຮັກສາວວຽງຈັນ” - Instrumental
15 537 просмотров · 3 года назад
Phong DAVONG
19,5 тыс. подписчиков
15 537 просмотров · 3 года назад
ດົນຕຣີບັນເລງເພງ “ຮັກສາວວຽງຈັນ”
ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
Keyboard : PSR SX900
Style : Lamvong Lao
Key : Dm (Tempo : 122)
1) ເປັນບຸນຕາ ຫຼືວາສນາເສີມສົ່ງ
ຈຶ່ງໄດ້ມາຟ້ອນລຳວົງ ຮ່ວມກັບສາວເມືອງວຽງຈັນ
ຮູບສວຍແສນງາມ ຜ່ອງພັນ (ຊໍ້າ)
ຫາໃສທຽບທຽມທັນ ສາວວຽງຈັນງາມຍິ່ງ
2) ຄົນເດີນດິນ ຫຼືຫຸ່ນພຣະອິນຫຼົງແຕ່ງ
ຫຼືວ່ານາງຟ້າຈຳແລງ ຈຶ່ງງາມທຸກແຫ່ງເກີນຍິງ
ຫາກແມ່ນໄດ້ນ້ອງ ມານອນແອບອີງ (ຊໍ້າ)
ຈະຮັກເຈົ້າດ້ວຍໃຈຈິງ ຍິ່ງກວ່າຊີວາ
• ງາມແທ້ແມ່ເອີຍ ຫາໃສເອີ່ຍບໍ່ເໝືອນແກ້ວຕາ
ຢາກຈະມາ ຂໍເປັນພີ່ນ້ອງ
ມາຂໍຄຽງຄອງ ຮ່ວມຫໍຫ້ອງເມື່ອຍາມນິທຣາ
ຢ່າເມີນເສີຍເລີຍນະ ດວງແກ້ວຕາ (ຊໍ້າ)
ຂ້ອຍປຣາຖນາ ຮັກເຈົ້າສຸດຫົວໃຈ
3) ເປັນບຸນຕາ ຂອງເຮົາຢູ່ແລ້ວແຕ່ຄັ້ງກ່ອນ
ເຈົ້າຢ່າໄປຫຼົງລືມຄອນ ກັບມານອນໝອນຄຽງກາຍ
ໂປຣດເຖີດນ້ອງ ສາວວຽງຈັນຢ່າອຽງອາຍ (ຊໍ້າ)
ຮັກເຈົ້າຢ່າງຈິງໃຈ ຂໍເປັນເຂີຍໃໝ່ພໍ່ນາງ...